ພວກເຮົາສະໜອງວິທີແກ້ໄຂ
ບັນຫາຂອງທຸລະກິດໃຫ້ດີຂຶ້ນ
ພວກເຮົາບໍ່ພຽງແຕ່ສ້າງຊອບແວຣ໌ — ພວກເຮົາສາມາດສ້າງລະບົບການປ່ຽນແປງວິທີດຳເນີນທຸລະກິດ ໃຫ້ທ່ານສາມາດແຂ່ງຂັນກັບທຸລະກິດອື່ນໄດ້ຢ່າງແຂງແຮງ. ທິມງານຂອງພວກເຮົາມີຄວາມພ້ອມ ໃນການສະໜອງຊອບແວຣ໌ ແລະ ຕິດຕັ້ງລະບົບໄອທີ ໃຫ້ແທດເໝາະກັບທຸລະກິດຂອງທ່ານຫຼາຍທີ່ສຸດ ເພື່ອຮອງຮັບການປ່ຽນແປງໄວໃນຍຸກດີຈີຕອນ.
service
ພວກເຮົາແມ່ນໃຜ ?
ຊີມໂປເທັກແມ່ນບໍລິສັດເທັກໂນໂລຊີທີ່ຕັ້ງຢູ່ນະຄອນຫຼວງວຽງຈັນ, ຂັບເຄື່ອນດ້ວຍຄວາມຫຼົງໄຫຼໃນການສ້າງວິທີແກ້ໄຂບັນຫາທີ່ສະຫຼາດ ແລະ ນຳໃຊ້ໄດ້ຈິງ. ພວກເຮົາພັດທະນາຊອບແວຣ໌ສຳລັບທຸລະກິດຕ່າງໆ, ສ້າງລະບົບເທັກໂນໂລຊີທີ່ສະຫຼາດ ແລະ ອອກແບບຜະລິດຕະພັນຕາມຈຸດປະສົງ ເພື່ອໃຫ້ລະບົບສາມາດໃຊ້ງານໄດ້ກົງກັບຄວາມຕ້ອງການຈິງ.
ທິມງານຂອງພວກເຮົາມີທັກສະດ້ານເທັກນິກຂັ້ນສູງ ມີຄວາມມຸ່ງໝັ້ນດ້ານການພັດທະນາລະບົບໃຫ້ມີຄຸນນະພາບ ແລະ ເນັ້ນການສ້າງຄວາມສຳເລັດໃຫ້ລູກຄ້າເປັນສຳຄັນ. ພວກເຮົາເຮັດວຽກຢູ່ຫຼາຍອຸດສາຫະກຳ — ນັບຕັ້ງແຕ່ການສຶກສາໄປຈົນເຖິງວິສາຫະກິດ — ສະໜອງວິທີແກ້ໄຂບັນຫາທີ່ດີ, ສາມາດຂະຫຍາຍໄດ້ງ່າຍ ແລະ ມີຄວາມຢືດຢຸ່ນສູງ. ທຸກຜະລິດຕະພັນທີ່ພວກເຮົາສ້າງຂຶ້ນແມ່ນອອກແບບໄດ້ກົງກັບຈຸດປະສົງ, ລຽບງ່າຍ ແລະ ໃຊ້ງານສະດວກ. ພວກເຮົາແມ່ນຊິມໂປເທັກ ແລະ ສ້າງລະບົບທີ່ໃຊ້ງານໄດ້ຈິງມາຕະຫຼອດ.
ພວກເຮົາເຮັດຫຍັງ ?

ບໍລິການຂອງພວກເຮົາ

ພວກເຮົາສະໜອງວິທີແກ້ໄຂດ້ານເທັກໂນໂລຊີຄົບວົງຈອນ ເພື່ອຊ່ວຍໃຫ້ທຸລະກິດຂອງທ່ານເຕີບໂຕຢ່າງສະຫຼາດ ແລະ ໄວຂຶ້ນ.

ພັດທະນາຊອບແວ

ພວກເຮົາສ້າງຊອບແວທີ່ດີທົນທານ, ລຽບງ່າຍ ແລະ ຂະຫຍາຍໄດ້ຕາມຄວາມຕ້ອງການ — ຕັ້ງແຕ່ເວັບໄຊໄປຈົນເຖິງລະບົບລະດັບສູງ. ທີມງານຂອງພວກເຮົາສຸ່ມໃສ່ການພັດທະນາໃຫ້ເປັນລະບົບ ເພື່ອຄວາມສະດວກໃນການບຳລຸງຮັກສາ ແລະ ຮອງຮັບການປັບປຸງໃນຕໍ່ໜ້າ.

01

ເຊີເວີ ແລະ ອິນຟຣາ

ການຈັດຫາເຊີເວີ ແລະ ການຈັດການອິນຟຣາໄອທີ ທີ່ໜ້າເຊື່ອຖື. ພວກເຮົາຈັດການກຳໜົດສິດການໃຊ້ລະບົບ, ການເສີມຄວາມປອດໄພ ແລະ ການຕິດຕາມລະບົບ ເພື່ອໃຫ້ທ່ານສາມາດເບີ່ງວຽກຂອງທ່ານຢ່າງເຕັມປະສິດຕິພາບ.

02

ຕິດຕັ້ງຊ້ອມແປງເຄື່ອງໄອທີ

ບໍລິການສ້ອມແປງ ແລະ ແກ້ໄຂບັນຫາດ້ານ IT ຢ່າງມືອາຊີບ ກ່ຽວກັບຄອມພິວເຕີ, ໂນດບຸກ, ເຄືອຂ່າຍ ແລະ ລະບົບທຸລະກິດ. ທິມງານຂອງພວກເຮົາພ້ອມວິເຄາະ ແລະ ແກ້ໄຂບັນຫາໄດ້ຢ່າງວ່ອງໄວ ເພື່ອໃຫ້ລະບົບຂອງທ່ານກັບມາເຮັດວຽກໄດ້ປົກກະຕິ.

03

ແພຼດຟອມການຮຽນອອນລາຍ

ພັດທະນາແພຼດຟອມການຮຽນອອນລາຍທີ່ທັນສະໄໝ ແລະ ໃຊ້ງານງ່າຍ ເພື່ອຊ່ວຍໃຫ້ອົງກອນ, ໂຮງຮຽນ ແລະ ທຸລະກິດ ສາມາດຈັດການການຮຽນການສອນໄດ້ຢ່າງມີປະສິດທິພາບ. ລະບົບຂອງພວກເຮົາຮອງຮັບການຮຽນຮູ້ທຸກທີ່ທຸກເວລາຢ່າງປອດໄພ ແລະ ໃຊ້ງານງ່າຍ.

04

ແພຼດຟອມອີຄອມເມີດສ໌

ພັດທະນາແພຼດຟອມອີຄອມເມີດສທີ່ປອດໄພ ແລະ ຂະຫຍາຍໄດ້ງ່າຍ ເພື່ອຊ່ວຍໃຫ້ທຸລະກິດການຂາຍສິນຄ້າອອນລາຍກາຍເປັນເລື່ອງງ່າຍ. ລະບົບຂອງພວກເຮົາຮອງຮັບການຈັດການສິນຄ້າ, ກະຕ່າສິນຄ້າ, ການຊຳລະເງິນ ແລະ ມອບປະສົບການການການຊື້ສິນຄ້າທີ່ສະດວກໃຫ້ລູກຄ້າ.

05

ແພຼດຟອມອະສັງຫາ

ພັດທະນາແພຼດຟອມອະສັງຫາລິມະສັບທີ່ທັນສະໄໝ ເພື່ອຊ່ວຍໃຫ້ຜູ້ໃຊ້ສາມາດຊອກຫາ, ຊື້, ຂາຍ ແລະ ເຊົ່າອະສັງຫາລິມະສັບໄດ້ສະດວກ. ລະບົບຂອງພວກເຮົາມີການສະແດງຂໍ້ມູນຊັດເຈນ, ຮູບພາບຄຸນນະພາບສູງ ແລະ ມອບປະສົບການໃຊ້ງານທີ່ສະດວກສະບາຍໃຫ້ທຸກຝ່າຍ.

06
ຂ່າວສານ

ຂ່າວລ່າສຸດ ແລະ ການອັບເດດ

imageຂ່າວສານ

ເປີດໂຕ 10 ເຕັກໂນໂລຊີທີ່ປ່ຽນແປງໂລກໃນປີ 2026 ພ້ອມກັບຖອດຖອນບົດຮຽນກ່ຽວກັບຄວາມສຳເລັດເສດຖະກິດໃໝ່ຂອງຈີນ

3 ເດືອນຜ່ານມາ
imageຂ່າວສານ

ຄວາມປອດໄພທາງໄຊເບີ (Cybersecurity) ກໍລະກົດ–ສິງຫາ 2026

3 ເດືອນຜ່ານມາ
ບົດຄວາມ

ບົດຄວາມທີ່ໃຫ້ທັງຄວາມຮູ້ ແລະ ປະສົບການ

imageຂ່າວສານ

ເປີດໂຕ 10 ເຕັກໂນໂລຊີທີ່ປ່ຽນແປງໂລກໃນປີ 2026 ພ້ອມກັບຖອດຖອນບົດຮຽນກ່ຽວກັບຄວາມສຳເລັດເສດຖະກິດໃໝ່ຂອງຈີນ

3 ເດືອນຜ່ານມາ
imageຂ່າວສານ

ຄວາມປອດໄພທາງໄຊເບີ (Cybersecurity) ກໍລະກົດ–ສິງຫາ 2026

3 ເດືອນຜ່ານມາ
ຄູ່ຮ່ວມງານ

ຄູ່ຮ່ວມງານທີ່ເຊື່ອຖືໄດ້

ພວກເຮົາຮ່ວມມືກັບສະຖາບັນຊັ້ນນຳເພື່ອສະໜອງປະສົບການການຮຽນຮູ້ທີ່ດີທີ່ສຸດ.

SLMS

SLMS

ລະບົບບໍລິຫານຈັດການ ການຮຽນ-ການສອນ ທັນສະໄໝ

SKU

SKU

ມະຫາວິທະຍາໄລສະຫວັນນະເຂດ

CU

CU

ມະຫາວິທະຍາໄລຈຳປາສັກ

AFA

AFA

ສະຖາບັນການເງິນ - ການບັນຊີ

NFC

NFC

ສະຖາບັນເສດຖະກິດ ແລະ ການເງິນ ສາຂາພາກເໜືອ

SFC

SFC

ສະຖາບັນເສດຖະກິດ ແລະ ການເງິນ ສາຂາພາກໃຕ້

INSABAI

INSABAI

Insabai.com

YCGO

YCGO

YcGo Real Estate

ໄດ້ຮັບຄວາມໄວ້ວາງໃຈຈາກຄູ່ຮ່ວມງານທຸກຄົນ. ເປັນຄູ່ຮ່ວມງານ →

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

ມີໂຄງການໃນໃຈບໍ? ພວກເຮົາຍິນດີຮັບຟັງທ່ານ. ສົ່ງຂໍ້ຄວາມຫາພວກເຮົາ ແລະ ພວກເຮົາຈະຕອບທ່ານໄວທີ່ສຸດ.

ຝາກຂໍ້ຄວາມ

ໂທຫາພວກເຮົາໄດ້ທຸກເວລາ

+856 20 99 833 266

ສົນທະນາທາງ WhatsApp
ສຳນັກງານໃຫຍ່
ຕານມີໄຊ, ໄຊທານີ, ນະຄອນຫຼວງວຽງຈັນ
info@simpletech.la
ກ່ຽວກັບພວກເຮົາ

ປ່ຽນແນວຄິດໄປສູ່ເຕັກໂນໂລຊີ

ທີ່ມີປະສິດທິພາບ

ຊີມໂປເທັກ ເປັນບໍລິສັດທາງດ້ານເທັກໂນໂລຊີ ຕັ້ງຢູ່ນະຄອນຫຼວງວຽງຈັນ, ສປປ ລາວ — ອຸທິດຕົນໃນການສະໜອງຊອບແວຣ໌, ໂຄງສ້າງພື້ນຖານ ແລະ ຕິດຕັ້ງຊ້ອມແປງເຄື່ອງໄອທີໃຫ້ແກ່ທຸກທຸລະກິດ ແລະ ທຸກສະຖາບັນໃນຂອບເຂດທົ່ວປະເທດລາວ.

20+
ໂຄງການທີ່ສຳເລັດ
6+
ປີແຫ່ງປະສົບການ
99%
ຄວາມພໍໃຈຂອງລູກຄ້າ

ພາລະກິດ ແລະ ວິໄສທັດ

ພາລະກິດຂອງພວກເຮົາ

ເພື່ອສ້າງຄວາມເຂັ້ມແຂງໃຫ້ທຸລະກິດ ແລະ ສະຖາບັນທົ່ວປະເທດໃນລາວດ້ວຍວິທີແກ້ໄຂທາງເທັກໂນໂລຊີຊັ້ນນຳ — ເຮັດໃຫ້ລະບົບເຕັກໂນໂລຊີ ເປັນສິ່ງທີ່ທຸກຄົນສາມາດເຂົ້າຫາໄດ້, ລາຄາບໍ່ແພງ ແລະ ສ້າງຜົນດີໃຫ້ແກ່ທຸກຄົນ.

ວິໄສທັດຂອງພວກເຮົາ

ເພື່ອກາຍເປັນໜຶ່ງໃນຜູ້ນຳທາງດ້ານເທັກໂນໂລຊີໃນປະເທດລາວ — ເປັນທີ່ຮູ້ຈັກໃນດ້ານນະວັດຕະກຳ, ຄຸນນະພາບ ແລະ ມຸ່ງໝັ້ນໃນການສ້າງສິ່ງທີ່ສະຫຼຽວສະຫຼາດ ແລະ ເຊື່ອມໂຍງອະນາຄົດທີ່ດີ ໃຫ້ທຸກຊຸມຊົນສັງຄົມທີ່ພວກເຮົາໃຫ້ບໍລິການ.